Empowering Your Digital Success

ໃຫ້ບໍລິການທີ່ປຶກສາທາງດ້ານການຕະຫຼາດ, ຍິງໂຄສະນາເພຈ, ຄິດກົນລະຍຸດທາງການຕະຫຼາດອອນລາຍ, ຄິດຄອນເທັນ ແລະ ຊ່ວຍໃນການດູແລເພຈ

hello

ກ່ຽວກັບພວກເຮົາ

ສະບາຍດີ, ພວກເຮົາແມ່ນ PMX Master Academy and Marketing ໃຫ້ບໍລິການກ່ຽວກັບການປຶກສາທາງດ້ານການຕະຫຼາດ Offline ແລະ Online, ທຸ່ມ​ເທ​ໃຫ້​ກັບ​ການ​ບຸກ​ເບີກ​ທາງ​ດ້ານ​ການ​ຕະຫຼາດ​​ດິ​ຈິ​ຕອ​ລ​ ດ້ວຍ​ຄວາມຈິງ​ໃຈ​ທີ່​ຈະ​ນຳ​ດິ​ຈິ​ຕອ​ລ ເຂົ້າ​ມາ​ຊ່ວຍ​ໃນ​ການ​ບໍ​ລິ​ຫານ​ການ​ຕະຫຼາດ​ທີ່​ເປັນ​ເລີດ ແລະ ​ທາງ​ເຮົາ​ມຸ້ງ​ມັ້ນ​ທີ່​ຈະ​ເປັນ​ຕົວ​ຜັນ​ຂະ​ຫຍາຍ​ໃຫ້​ກັບ​ເພ​ຈ ຫຼື ທຸ​ລະ​ກິດ ຂອງ​ທ່ານ​ປະ​ສົບ​ຜົນ​ສຳ​ເລັດໃນ​ໂລກດິ​ຈິ​ຕອ​ລ​.

"Empowering Your Digital Success"

ການ​ອອບ​ແບບ​ຄອນ​ເທັ້ນ

ຊ່ວຍ​ອອກ​ແບບເນື້ອ​ຫາ​ຄອນ​ເທັ້ນ​ ແລະ ສ້າງ​ໃຫ້​ມີ​ເອ​ກະ​ລັກ​ສະ​ເພາະ (unique)

​ກຳ​ນົດ​ກຸ່ມ​ເປົ້າ​ໝາຍ

ຊ່ວຍກຳນົດກຸ່ມເປົ້າໝາຍທາງ​ອອນ​ລາຍ ເພື່ອ​ໃຫ້​ສິນ​ຄ້າ​ຂອງ​ທ່ານ​ສົ່ງ​ໄປ​ຍັງ​ລູກ​ຄ້າ​ຖຶກ​ກຸ່ມ

​ວາງ​ແຜນ​ໂຄ​ສະ​ນາ

ວາງແຜນການຕະຫຼາດທຸກຕົ້ນເດືອນ ແລະ ປັບ​ໂຄ​ສະ​ນາ​ໃຫ້​ສອດ​ຄ່ອງ​ກັບ​ກຸ່ມ​ເປົ້າ​ໝາຍ

​ລາຍ​ງານ

ລາຍງານສະຫຼຸບແຜນ​ການ​ເຮັດ​ໂຄ​ສະ​ນາທ້າຍເດືອນ ວ່າ​ເພ​ຈ​ຄວ​ນ​ປັບ ແລະ ຄວນ​ເນັ້ນ​ຈຸດ​ໃດ

development

ພວກ​ເຮົານຳ​ໃຊ້​ Agile Model

ພວກ​ເຮົາ​ໃຊ້​ຮູບ​ແບບ Agile ໃນ​ການ​ສຶກ​ສາ​ຄວາມ​ຕ້ອງ​ການ​ດ້ານ​ການ​ຕະຫຼາດ ແລະ ປັບ​ໃຫ້​ແທດ​ເໝາະ​ກັບ​ທຸ​ລະ​ກິດ​ຂອງ​ທ່ານ ເພື່ອໃຫ້​ຂະ​ບວນ​ການ​ເຮັດ​ວຽກ​ແບບ​ຢືດ​ຢຸ່ນ, ສາ​ມາດ​ປັບ​ປຸງ​ຕາມ​ເປົ້າ​ໝາ​ຍ​​ ແລະ ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ຢ່າງວ່ອງ​ໄວ,​

ປະ​ສານ​ງານ​ກັບ​ລູກ​ຄ້າ​
ມອບ​ວຽກ​ຕາມ​ໄລ​ຍະ​ເວ​ລາ
ບໍ​ລິ​ການຫຼັງ​ການ​ຂາຍ
ຊັບ​ພອ​ສ ຕາມ​ໂມງ​ລາດ​ຊະ​ການ (8x5)
work-chat

We believe in Long Term Partnership.

PMX Master Academy and Marketing ໄດ້​ພັດ​ທະ​ນາ​ມາ​ຈາກຫຼາກຫຼາຍ​ທີມ​ງານ​ບໍ່​ວ່າ​ຈະ​ເປັນ​ຝ່າຍ​ອອກ​ແບບ, ຝ່າຍ​ຍິງ​ໂຄ​ສະ​ນາ-ວາງ​ແຜນ, ຝ່າຍ​ດູ​ແລ​ເພ​ຈ-ຄອນ​ເທັນ ແລະ ຝ່າຍ​ການ​ຕະຫຼາດ​ທີ່​ມີ​ປະ​ສົບ​ການ​ສະ​ເພາະ​ດ້ານ. ເຊິ່ງ​ການ​ເດີນ​ທາງ​ຂອງ​ພວກ​ເຮົາ​ກ້າວ​ຜ່ານ​ເສັ້ນຫຼັກ​ໄມ ພ້ອມ​ທີ່​ຈະ​ເຕີບ​ໂຕ ແລະ ຂັບ​ເຄື່ອນ​ຢ່າງ​ບໍ່​ຢຸດ​ຢັ້ງ ພ້ອມ​ດຽວ​ກັບ​ໃຫ້​ຕອບ​ໂຈດ​ກັບ​ຮູບ​ແບບ​ດິ​ຈິ​ຕອ​ລ​ ໃຫ້​ທ່ວງ​ທັນ ແລະ ປັບ​ຕາມ​ຍຸກ​ສະ​ໄໝ​.

ທີມ​ງານ​ມີ​ປະ​ສົບ​ການ​ສະ​ເພາະ​ດ້ານ​ໂດຍ​ສະ​ເພາະ ສາ​ມາດ​ໃຫ້​ຄຳ​ປຶກ​ສາ​ກັບ​ລູກ​ຄ້າ​ໃຫ້​ການ​ເຮັດ​ໂຄ​ສະ​ນາ, ຄອນ​ເທັນ, ​ການ​ແນະ​ນຳ​ວີ​ທີ​ຕອບ​ແຊັດ, ການ​ບໍ​ລິ​ຫານ​ເພ​ຈ ແລະ ກົດ​ລະ​ຍ​ຸດກ່ອນ​ເລີ່ມ​ວຽກ.

ເພື່ອ​ໃຫ້​ສິນ​ຄ້າ​ຂອງ​ທ່ານ​ສົ່ງ​ໄປ​ຍັງ​ລູກ​ຄ້າ​ຖຶກ​ກຸ່ມ, ປະ​ຫຍັດ​ຄ່າ​ໃຊ້​ຈ່າຍ​ການ​ເຮັດ​ໂຄ​ສະ​ນາ. ສຳຫຼັບ​ລາຍ​ລະ​ອຽດ​ເພີ່ມ​ຕື່ມ​ສາ​ມາດ​ຕິດ​ຕໍ່​ພວກ​ເຮົາ​ໄດ້.

ນອກ​ນັ້ນ​ທີມ​ງານ​ຍັງ​ມີ​ຂະ​ບວນ​ການ​ລົງ​ວຽກ​ໂຕ​ຈິງ (on-site) ເພື່ອ​ເກັບ​ກຳ​ຂໍ້​ມູນ​ນຳ​ລູກ​ຄ້າ ແລະ ຊ່ວຍ​ໃນ​ການ​ຕິດ​ຕາມ​ຜົນ​ຕອບ​ຮັບ.

ເຊິ່ງ​ເປັນ​ການ​ດີ​ທີ່​ຈະ​ເຮັດ​ໃຫ້​ການ​ສື່​ສານ​ລະ​ຫວ່າ​ງ​ລູກ​ຄ້າ ແລະ ທາງ​ເຮົາ​ເຂົ້າ​ໃຈ​ເນື້ອ​ພາບ ຫຼື ບັນ​ດາ​ດຽວ​ກັນ ເພື່ອ​ນຳ​ມາ​ຍຸກ ແລະ ປັບ​ປຸງ​ໃຫ້​ສອດ​ຄ່ອງ​ຕາມ​ຍຸກ​ສະ​ໄໝ.

ແນ່ນອນ​ວ່າ​ຜົນ​ຕອບຮັບ​ເປັນ​ສິ່ງ​ໜຶ່ງ​ທີ່​ລູກ​ຄ້າ​ຕ້ອງ​ການ​ຮັບ​ຮູ້ ເຊິ່ງ​ທີມ​ງານ​ເຮົາ​ກໍ​ມີ​ລາຍ​ງານ​ປະ​ຈຳ​ເດືອນ ແລະ ລາຍ​ງານ​ເປັນ​ໄລ​ຍະ​ຄວບ​ຄູ່​ກັນ ເພື່ອ​ໃຫ້​ບໍ​ລິ​ການ​ຂອງ​ທ່ານ​ສາ​ມາດ​ຂະ​ຫຍາຍ ແລະ ເຕີບ​ໂຕ​.

ນອກ​ນັ້ນ, ທີມ​ງານ​ເຮົາ​ຈະ​ຊ່ວຍ​ຄິດ​ໃນ​ເລື່ອງ​ກົນ​ລະ​ຍຸດ ເພື່ອ​ໃຫ້​ກົງກັບ​ເປົ້າ​ໝາຍ​ຂອງ​ລູກ​ຄ້າ​.

ບໍລິການຂອງພວກເຮົາ

😮 ເລີ່ມຕົ້ນຂາຍອອນໄລນ໌ແລ້ວບໍ່ມີຄົນເຫັນລູກຄ້າບໍ່ຮູ້ຈັກໂພສໄປຫຼາຍສຳ່ໃດກະບໍ່ມີລູກຄ້າທັກມາ PMX Master Academy and Marketing ຊ່ວຍທ່ານໄດ້ 📣 ລູກຄ້າທ່ານໃດບັນຫາການຂາຍເຄື່ອງໄດ້ບໍ່ດີ ຄົນເຂົ້າເຖິງຮ້ານບໍ່ຫຼາຍບໍ່ເປັນທີ່ຮູ້ຈັກມາທາງນີ້ເດີ້ 🤗ທີມງານຂອງພວກເຮົາຮັບດູແລເພຈ, ຄິດແຜນການຕະຫຼາດຊ່ວຍທ່ານ, ແລະ ສ້າງການຮັບຮູ້ທີ່ໂດດເດັ່ນ

web design
ດູແລເພຈ ແລະ ຍິງໂຄສະນາເພຈ

ເໝາະສຳຫຼັບຜູ້ທີ່ກຳລັງສ້າງ Brand ຕົນເອງໃຫ້ເປັນທີ່ຈົດຈຳ, ໃຫ້ຄຳປຶກສາດ້ານການຕະຫຼາດອອນລາຍ, ການເຂົ້າເຖິງເພຈ, ແລະ ດູແລເພຈໃຫ້ເປັນສີຂຽວ (ບໍ່ຕິດເພຈແດງ)

✅ ສ້າງຄອນເທັ້ນລົງເພຈ, ຊ່ວຍເບິ່ງເລື່ອງຜູ້ຕິດຕາມເພຈ

✅ ຊ່ວຍຍິງແອັດໂຄສະນາ

✅ ຊ່ວຍກຳນົດກຸ່ມເປົ້າໝາຍ

✅ ຊ່ວຍກຳນົດ A/B Testing

✅ ຕັດຕໍ່ຮູບພາບ ແລະ ວີດິໂອ

✅ ລາຍງານໜ້າວຽກປະຈຳອາທິດ

✅ ວາງແຜນການຕະຫຼາດທຸກຕົ້ນເດືອນ

✅ ລາຍງານສະຫຼຸບທຸກທ້າຍເດືອນ

ຂໍລາຍລະອຽດເພີ່ມຕື່ມ
graphic design
ລິວິວສິນຄ້າໂດຍທີມງານເຮົາ

ເໝາະສຳຫຼັບຜູ້ທີ່ກຳລັງສ້າງ Brand ຕົນເອງໃຫ້ເປັນທີ່ຈົດຈຳ ແລະ ເນັ້ນການເຂົ້າເຖິງ

✅ ຜູ້​ລິ​ວີວ 1-3 ທ່ານ (ມີໃຫ້ເລືອກແບບ ບໍ່​ໄດ້​ໂຊ​ໜ້າ ແລະ ໂຊ​ຜູ້​ລິວ​ີວ)

✅ ​ຜູ້ຕັດ​ຕໍ່​ວີ​ດີ​ໂອ

✅ ​ຜູ້​ຂຽນ​ສະ​ຄ​ຣິບ (ວີ​ດີ​ໂອ​ລິ​ວີວ 1ອັນ, ແກ້​ໄຂ​ໄດ້ 1 ເທື່ອ)

✅ ​ຍິງ​ໂຄ​ສະ​ນາ​ເພື່ອເພີ່ມຍອດວິວ (ຂື້ນໄປອີງຕາມ ໂພດສ໌ ຫຼື ເພກຈ໌)

ຂໍລາຍລະອຽດເພີ່ມຕື່ມ
ui-ux
ຍິງແອັດໂຄສະນາຢ່າງດຽວ

ເໝາະສຳຫຼັບເພຈທີ່ສ້າງໃໝ່ ແລະ ຕ້ອງການໃຫ້ເພຈມີການເຂົ້າເຖິງຈາກລູກຄ້າ

✅ ຍິງແອັດໂຄສະນາຢ່າງດຽວ

✅ ຊ່ວຍກຳນົດກຸ່ມເປົ້າໝາຍ

✅ ຊ່ວຍເບິ່ງເລື່ອງຜູ້ຕິດຕາມເພຈ

✅ ຊ່ວຍເບິ່ງເລື່ອງກຣາຟິກ

✅ ຊ່ວຍເບິ່ງເລື່ອງເນື້ອຫາໂພສ

✅ ລາຍງານກ່ຽວກັບແອັດໂຄສະນາ

ຂໍລາຍລະອຽດເພີ່ມຕື່ມ

Contact Us

ສອບ​ຖາມ​ຂໍ້​ມູນ​ເພີ່ມ​ຕື່ມ​ກັບ​ພວກ​ເຮົາ​ໄດ້​ຜ່ານ​ອິນ​ບັອກ​ນີ້!

ສາ​ມາດ​ຂຽນ​ຟອມ​ຕິດ​ຕໍ່​ພວກ​ເຮົາ​ໄດ້​ໂດຍ​ຕື່ມ​ຂໍ້​ມູນ​ໃຫ້​ຄົບ​ຖ້ວນ.

ຫຼື ສາ​ມາດ​ສົ່ງ​ເຂົ້າ​ທາງວ໋ອດ​ແອັບພວກ​ເຮົາ​ກໍ​ໄດ້​ເຊັ່ນ​ກັນ

See you!